
ສາເຫດທີ່ເຮັດໃຫ້ດິນ ຫລື ເຮືອນຫລັງນັ້ນບໍ່ໄດ້ຂາຍ.
ສາເຫດທີ 1: ດິນຕ້ອນນັ້ນ ຫລື ເຮືອນຫລັງນັ້ນເປັນດິນມີບັນຫາ.
ມີຫລາຍຄັ້ງທີ່ເກີດຂື້ນກັບຂ້ອຍ ທີຂ້ອຍເລີມຂາຍອະສັງຫາລິມະຊັບໃຫມ່ໆ ຂ້ອຍໄດ້ພົບວ່າດິນທີ່ມີບັນຫາເເມ່ນຈະປ່ອຍຍາກທີ່ສຸດ ເນື້ອງຈາກມາຈາກຫລາຍສາເຫດເຊັ່ນ: ເຂດນັ້ນບໍ່ສາມາດອອກໃບຕາດິນຂອບທອງໄດ້ ເນື້ອງຈາກເປັນເຂດທີ່ມີເເຜ່ນພັດທະນາໃນອານາຄົດ ເພື້ອເຮັດໂຄງການຕ່າງໆທີ່ຈະເກີດຂື້ນ ຫລື ເປັນດິນປ່າສະຫງວນທີ່ ມີຄົນໄປບຸກເບີກ. ເເລ້ວເຮົາຈະຮູ້ໄດ້ເເນວໃດວ່າ ດິນຕ້ອນນັ້ນມີບັນຫາບໍ ຫລື ບໍ່ມີບັນຫາເຊັ່ນ: ເມື່ອເຮົາໄປຊອກດິນເຂດໃດ ໃຫ້ຖາມຄົນເຂດພື້ນທີ່ນັ້ນໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້ ເພື່ອຈະໄດ້ຂໍ້ມູນທີ່ລະອຽດ ເພາະຄົນພື້ນທີ່ນັ້ນ ເພາະພວກເຂົາຈະຮູ້ຂໍ້ມູນດີກ່ຽວກັບດິນເຂດທີ່ເຂົາອາໃສ່ຢູູ່ ຫລື ສາມາດຖາມພວກທີ່ເຂົາອອກເເຜ່ນຜັງເມືອງ ເພາະພວກເຂົາເຫລົ່ານີ້ຈະຮູ້ຂໍ້ມູນດີກ່ຽວກັບຂໍ້ມູນດິນເເຕ່ລະເຂດ. ອີກສາເຫດຫນື່ງ ດິນຫລືເຮືອນຕ້ອນນັ້ນຢູ່ໃນເຂດທີ່ມັກນ້ຳຖ້ວມ ຫລື ມີນ້ຳກີ້ນເໝັ່ນ ເເລະ ມີສະພາບເເວດລ້ອມທີ່ບໍ່ເປັນມິດ ນີ້ກໍເປັນສາເຫດທີ່ເຮັດໃຫ້ຊັບນີ້ປ່ອຍຍາກ ເຊັ່ນກັນ ສະນັ້ນຈະເລືອກຊັບມາຂາຍຕ້ອງອີງໃສ່ສິ່ງເຫລົ່ານີ້ໄປພ້ອມໆ ກັນ
ສາເຫດທີ 2: ດິນຕິດກັບປ່າຊ້າ.
ມີຫລາຍຄົນເຄີຍຈະພົບເຫັນດິນຕ້ອນໃດຫນື່ງທີ່ເຈົ້າຂອງດິນຂາຍຖືກ ເເລະ ດິນຕ້ອນນັ້ນເເມ່ນຕິດກັບປ່າຊ້າ ເເລະ ມີນາຍຫນ້າຫລາຍຄົນທີ່ຂາຍຢູ່ເເຕ່ກໍບໍ່ໄດ້ຂາຍ ບັ່ງເອີນ ພວກເຮົາເປັນນາຍໜ້າມືໃໝ່ໆ ຫລົງນໍາໄປຂາຍ 3 ເດືອນເເລ້ວຍັງປ່ອຍບໍ່ໄດ້ ສາເຫດເພາະຄົນທີ່ຈະຊື້ ເເມ່ນພວກເຂົາມີທາງເລືອກ ບໍ່ມີໃຜທີ່ຈະຢາກອາໃຊ້ຢູ່ກັບເຂດປ່າຊ້າ ເພາະມັນຈະເຮັດໃຫ້ການຢູ່ອາໃສ່ມີຄວາມລຳບາກທາງດ້ານຄວາມເຊື້ອ ເເລະ ທາງດ້ານການທຳມາຫາກິນ ຖ້າເປັນໄປໄດ້ເເມ່ນຢາກໃຫ້ທຸກຄົນໄປຫລິ້ນຕ້ອນດິນ ທີ່ບໍ່ຢູ່ໃນເຂດປ່າຊ້າ ເພາະດິນມີຫລາຍທີ່ພວກເຮົາສາມາດເລືອກຂາຍໄດ້.
ສາເຫດທີ 3: ທາງເຂົ້າເຮືອນ ຫລື ດິນທີ່ເຮົາກໍາລັງຂາຍນັ້ນ ທາງເຂົ້າເເມ່ນນ້ອຍຫລາຍ.
ຊັບປະເພດນີ້ເຮົາຢາກໃຫ້ເລືອກຫລິ້ນເນື່ອງຈາກບໍ່ມີຊັບໃດທີ່ຈະໄດ້ຂາຍຫມົດຖ້າຫາກທາງເຂົ້າເຮືອນລົດໃຫຍ່ພໍເເຕ່ຫລົ້ມ ສາເຫດຫລັກໆ ທີ່ຄົນເຮົາບໍ່ມັກອີກຢາງໜື່ງຄື ທາງເຂົ້າເຮືອນລົດພໍເເຕ່ຫລົ້ມ ຖ້າມີການຊື້ຂາຍໄປ ໃນອານາຄົບມີການພັດທະນາ ເເລະ ລົດພໍເເຕະຫລົ້ມທາງ ມັ້ນຈະມີບັນຫາ ຫລາຍເຊັ່ນ ຖ້າມີຄົນມາອາໃສ່ຢູ່ຫລາຍຄືກັບທີ່ເຮົາເຫັນບາງສອຍທີ່ຢູ່ນະຄອນຫລວງ ເປັນຮ່ອມນ້ອຍໆ ເມື່ອມີລົດເຂົ້າມາພ້ອມກັນເເມ່ນ ຍາກທີ່ຈະຫລີກກັນໄດ້ ຖ້າເປັນໄປໄດ້ ໃຫ້ພວກເຮົາເລືອກດິນ ຫລື ເຮືອນທີ່ມີທາງກວ້າງ ເເລະ ລົດໃຫ່ຍສາມາດຫລີກກັນໄດ້
ສາເຫດທີ 4: ດິນ-ເຮືອນ ນັ້ນມີລາຄາຂາຍສູງກວ່າຕະຫລາດຕົວຈິງ.
ບໍ່ເເປກໃຈ ທີ່ເຮົາຈະເຫັນຫລາຍໆປ້າຍຕິດຕາມທາງ ບາງເທື້ອຕິດໄດ້ 3 ປີ ເເລະຍັງບໍ່ທັນໄດ້ຂາຍຊ້ຳ ເນື້ອຈາກດິນ ຫລື ເຮືອນນັ້ນ ເເມ່ນເຈົ້າຂອງຊັບມີຈຸດປະສົງຂາຍໃນລາຄາສູງກວ່າຕະຫລາດ. ເເລ້ວສຳລັບຄົນທີ່ເຮັດອາຊີບນາຍໜ້າໃໝ່ໆ ເເມ່ນພວກເຮົາຈະຮູ້ໄດ້ເເນວໃດ ? ຂັ້ນຕ້ອນທີ່ເຮົາມັກເຮັດ ເເມ່ນໃຫ້ທຸກຄົນຖາມຄົນພື່ນທີ່ນັ້ນວ່າເຂດນີ້ເຂົາຂາຍເເມັດເທົ່າໃດ ຫລື ຖາມຄົນທີ່ເຂົາຫາກໍຂາຍກ່ອນໜ້ານີ້ ຫລື ອີກທາງໜື່ງ ໃຫ້ທະນາຄານມາປະເມີນຊັບໃຫ້ເພື່ອເຮົາຈະໄດ້ລາຄາຕົວຈີງເລີຍ ຖ້າລາຄາເຫມາະສົມ ເຮົາກໍເລືອກຂາຍ ເພາະອາຊີບນາຍຫນ້າເຮົາເປັນຜູ້ເລືອກທີ່ຈະຂາຍ.
#ສອນເປັນນາຍຫນ້າເເບບມືອາຊີບ
#ອະສັງຫາຂາຍງ່າຍໄດ້ກຳໄລງາມ