➡️ວິທີໃຊ້ indefinite and definite article ” ຄຳນຳຫນ້ານາມທີບໍ່ເຈາະຈົງ ເເລະ ເເຈະຈົງ”
ມີ a, an, the
➡️ວິທີໃຊ້ indefinite article: a, an, ເເມ່ນຄໍານຳໜ້າຄໍານາມທີ່ບໍ່ຊີ້ເຈາະຈົງ
A ເເລະ an ເເມ່ນ ຄຳທີ່ນຳໜ້າຄໍານາມທີ່ບໍ່ເຈາະຈົງ ເເລະ ໃຊ້ກັບຄໍານາມທີ່ເຮົາສາມາດນັບໄດ້ ( ມີອັນດຽວ ສິ່ງດຽວ ຄົນດຽວ) ສຳລັບ a ຈະນໍາໜ້າຄໍານາມທີ່ຂື້ນຕົ້ນດ້ວຍ ພະຍັນສະນະ ເເຕ່ an ຈະນຳໜ້າເເຕ່ສະຫລະ ເຊັ່ນ a e I o u
👉Ex: a ຈະນໍາໜ້າຄໍານາມທີ່ຂື້ນຕົ້ນດ້ວຍ ພະຍັນສະນະ
A book ປື້ມໜື່ງຫົວ
A pen ບີກກ້ານໜື່ງ
A monkey ໂຕລີງ ( ມີລີງໂຕດຽວ)
👉Ex: an ຈະນຳໜ້າເເຕ່ສະຫລະ ເຊັ່ນ a e i o u
An hour ຊົ່ວໂມງດຽວ
An ant ໂຕຫມົດ (ໂຕຫມົດໂຕດຽວ)
An election ການຂັບເລືອກ
An immigration ການອົບພະຍົກ
An orange ໝາກກ້ຽງ (1 ລູກ)
An umbrella z ຄັນຫົ້ມ ( 1 ອັນ )
➡️The ເເມ່ນ Definite article ເເມ່ນຄຳນຳໜ້າຄໍານາມທີນັບໄດ້ ສາມາດໃຊ້ນຳໜ້າຄໍານາມທຸກຄຳເເຕ່ຕ້ອງຄໍານືກເຖີງ 2 ຢ່າງນີ້
1 ໃຊ້ກັບຄໍານາມທີ້ເຮົາຕ້ອງການຊີ້ເຈາະຈົງ ຫລື ຖືກກວ່າເຖີງເປັນຄັ້ງທີ່ສອງ
2 ໃຊ້ນຳໜ້າຄຳນາມທີ່ຜູ້ເວົ້າ ເເລະ ຜູ້ຟັງເຂົ້າໃຈ ວ່າໝາຍຄວາມວ່າສິ່ງໃດ ຫລື ອັນໃດ
Ex: May I close the window ? ຂໍປິດປະຕູປ້ອງຢ້ຽມໄດ້ບໍ?
👉ໃຊ້ກັບຄໍານາມທີ່ຢູ່ສິ່ງດຽວ:
Ex: The Mekong River ເເມ່ນນ້ຳຂອງ, The moon ດວງເດືອນ
👉ໃຊ້ກັບດິນຟ້າ ອາກາດ ນ້ຳ ທຳມະຊາດ..
Ex: the sky ອາກາດ, the sea ທະເລ
👉ໃຊ້ເມື້ອເວົ້າເຖີງເຄື້ອງດົນຕີ
Ex: The guitar ກິຕາ, the piano ເປຍໂນ..
👉ໃຊ້ບອກລໍດັບ
Ex: The first man ຄົນທຳອິດ,…